Let’s meet the #AlumniInnovationGrants participants for 2025!
ດ້ວຍທຶນການສຶກສາ #AustraliaAwards, ທ່ານນາງ ມະນີລັດ ນະລົງສັກ ໄດ້ຮຽນຈົບຈາກມະຫາວິທະຍາໄລ New South Wales ໃນປີ 2024 ດ້ວຍປະລິນຍາໂທດ້ານ ສຸຂະພາບທົ່ວໂລກ/ການຄຸ້ມຄອງຄວາມເປັນຜູ້ນໍາດ້ານສຸຂະພາບ. ປັດຈຸບັນ, ດ້ວຍທຶນຊ່ວຍເຫຼືອຂະໜາດນ້ອຍ ສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ, ທ່ານນາງ ມະນີລັດ ມີເປົ້າໝາຍເພື່ອຊ່ວຍເຫຼືອການຟື້ນຟູຜົນກະທົບຈາກໄພນໍ້າຖ້ວມ ທີ່ເກີດຂື້ນຢູ່ພາກເໜືອຂອງ ສປປ ລາວ.

ສຸກສາລາ ນ້ຳທຸມ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເຊິ່ງກວມເອົາ 15 ບ້ານທີ່ມີພົນລະເມືອງປະມານ 27,298 ຄົນ. ໄພນໍ້າຖ້ວມທີ່ເກີດຂຶ້ນເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ຄົນເຈັບປະມານ 500-600 ຄົນ ທີ່ເຂົ້າໃຊ້ບໍລິການຢູ່ສຸກສາລາໃນແຕ່ລະເດືອນ ບໍ່ສາມາດເຂົ້າເຖິງການປິ່ນປົວສຸຂະພາບທີ່ຈໍາເປັນ. ເນື່ອງຈາກສຸກສາລາແຫ່ງນີ້ຕັ້ງຢູ່ພື້ນທີ່ຫ່າງໄກສອກຫຼີກ, ການຊ່ວຍເຫຼືອຟື້ນຟູຈຶ່ງມີຄວາມຊັກຊ້າ ສົ່ງຜົນເຮັດໃຫ້ປະຊາຊົນໄດ້ຮັບຄວາມລໍາບາກຫຼາຍກວ່າເກົ່າ.

ທ່ານນາງ ມະນີລັດ ໄດ້ກ່າວວ່າ “ນ້ຳສະອາດທຸກຢອດແມ່ນບາດກ້າວໄປສູ່ຊີວິດທີ່ມີສຸຂະພາບດີ ແລະ ອະນາຄົດທີ່ສົດໃສ”. ໂຄງການຂອງເພີ່ນຈະເນັ້ນໃສ່ການຕິດຕັ້ງລະບົບນໍ້າສະອາດຢູ່ສຸກສາລາ ແລະ ຈັດຝຶກອົບຮົມເພື່ອໃຫ້ຄວາມຮູ້ກ່ຽວກັບຄວາມສໍາຄັນຂອງນໍ້າສະອາດຕໍ່ສຸຂະພາບ ລວມທັງ ຄວາມຮູ້ກ່ຽວກັບການຮັກສາສຸຂະອະນາໄມໃຫ້ແກ່ຊຸມຊົນໃກ້ຄຽງ.
_________________________

With an #AustraliaAwards scholarship, Manilath Nalongsack graduated from the UNSW in 2024 with a Master of Global Health Management. Now, with the Alumni Innovation Grant, she aims to support flood recovery in Northern Laos.

The Namthoum Health Center in northern Laos currently serves 15 villages and approximately 27,000 residents. Recent flooding has left 500-600 monthly clients without access to essential healthcare services. Due to the area’s remoteness, recovery has been delayed, exacerbating challenges for vulnerable communities.

“Every drop of clean water is a step toward healthier lives and brighter futures” says Manilath. Her project will focus on installing a clean water supply system at the health center and conducting training sessions to raise awareness about the importance of clean water for health and hygiene among nearby villagers.