Let’s meet the #AlumniInnovationGrants participants for 2025!
ພາຍຫຼັງຈົບການສຶກສາໃນລະດັບ ປະລິນຍາໂທ ສາຂາວິຊາການສຶກສາ (ພາສາສາດ) ຈາກມະຫາວິທະຍາໄລ Flinders ໃນປີ 2019. ປະຈຸບັນ, ທ່ານ ຄອນສັກ ແກ້ວມະນີວົງ ເປັນຜູ້ຊ່ວຍວຽກ ຢູ່ໜ່ວຍງານພົວພັນຕ່າງປະເທດ ແລະ ໜ່ວຍງານສິ່ງແວດລ້ອມທີ່ ວິທະຍາໄລຄູສະຫວັນນະເຂດ.
ໂຄງການຂອງທ່ານ ຄອນສັກ ‘ສົ່ງເສີມຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອ ແລະ ສິ່ງແວດລ້ອມແບບຍືນຍົງ’ ຈະສຸມໃສ່ການຄຸ້ມຄອງສິ່ງເສດເຫຼືອ, ສ້າງຄວາມຮັບຮູ້ດ້ານສິ່ງແວດລ້ອມ, ແລະ ໂອກາດທາງເສດຖະກິດທີ່ອີງໃສ່ການເອົາຂີ້ເຫຍື້ອມາປະດິດໃໝ່ ໃນໂຮງຮຽນ ແລະ ຊຸມຊົນອ້ອມຂ້າງເພື່ອສົ່ງເສີມຄວາມຍືນຍົງຜ່ານການສຶກສາ ແລະ ການມີສ່ວນຮ່ວມ.
ໂຄງການດັ່ງກ່າວຈະເປັນປະໂຫຍດໂດຍກົງຕໍ່ປະຊາຊົນ 500 ຄົນ, ໃນນັ້ນລວມມີນັກຮຽນຈໍານວນ 300 ຄົນ ແລະ ຄູສອນຈຳນວນ 50 ຄົນຈາກ 10 ໂຮງຮຽນໃນແຂວງສະຫວັນນະເຂດ, ໂດຍການເຊື່ອມສານ ການສຶກສາສິ່ງແວດລ້ອມເຂົ້າໃນກິດຈະກຳຂອງໂຮງຮຽນ,ສ້າງທັກສະໃນການຄຸ້ມຄອງສິ່ງເສດເຫຼືອ, ກິດຈະກຳ ອະນາໄມສາມັກຄີ ແລະ ການສ້າງຕັ້ງສູນຂີ້ເຫຍື້ອ. ໂຄງການ ‘ສົ່ງເສີມຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອ ແລະ ສິ່ງແວດລ້ອມແບບຍືນຍົງ’ ມີຈຸດປະສົງເພື່ອສ້າງການປ່ຽນແປງທີ່ຍືນຍົງ ໂດຍການເປັນຄູ່ຮ່ວມງານກັບອໍານາດການປົກຄອງທ້ອງຖິ່ນ, ກຸ່ມສິ່ງແວດລ້ອມ, ແລະ ທຸລະກິດເພື່ອສົ່ງເສີມການເບິ່ງແຍງສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ.
ທ່ານ ຄອນສັກ ໄດ້ເນັ້ນໜັກວ່າ “ການກະທຳເລັກໆນ້ອຍໆຈະນຳໄປສູ່ການປ່ຽນແປງອັນໃຫຍ່ຫຼວງ. ດ້ວຍ ໂຄງການ ‘ສົ່ງເສີມຄວາມຮັບຜິດຊອບຕໍ່ຂີ້ເຫຍື້ອ ແລະ ສິ່ງແວດລ້ອມແບບຍືນຍົງ’, ພວກເຮົາບໍ່ພຽງແຕ່ເອົາສິ່ງເສດເຫຼືອມາປະດິດໃໝ່ – ພວກເຮົາເອົານິໄສມາປະດິດໃໝ່, ປັບປຸງແນວຄິດ, ແລະ ຄວາມເປັນເຈົ້າການເພື່ອອະນາຄົດທີ່ຍືນຍົງ. ພວກເຮົາມາຮ່ວມກັນສ້າງໂລກທີ່ສະອາດຂຶ້ນເພື່ອຄົນລຸ້ນຕໍ່ໄປ! “
_________________________
After earning a Master of Education from Flinders University in 2019, Khonesak Keomaneevong is now the Assistant of International Relations and Environment Unit at Savannakhet Teacher Training College. His project ‘Sustainable Waste and Environmental Education Project (SWEEP)’ focuses on waste management, environmental awareness, and recycling-based economic opportunities, targeting schools and surrounding communities to promote sustainability through education and engagement.
The project will directly benefit 500 people, including 300 students and 50 teachers from 10 schools in Savannakhet Province, by integrating environmental education into schools’ activities and building skills in waste management. Additionally, it will impact around 500 community members through clean-up events and the establishment of a recycling center. SWEEP aims to create lasting change by partnering with local authorities, environmental groups, and businesses to foster environmental stewardship and economic empowerment.
Khonesak emphasises, “Small actions lead to big changes. With SWEEP, we’re not just recycling waste—we’re recycling habits, reshaping mindsets, and renewing our commitment to a sustainable future. Together, let’s create a cleaner world for generations to come!”