Let’s meet the #AlumniInnovationGrants participants for 2025!
ທ່ານ ນາງ ວັນນະພອນ ສິດທິລາດ ເປັນຜູ້ຮ່ວມກໍ່ຕັ້ງ ລາວນິວເວັບຊີເນມາ (Lao New Wave Cinema Productions) ແລະ ເປັນທີ່ປຶກສາອິດສະຫຼະ. ຫຼັງຈາກສໍາເລັດການສຶກສາໃນລະດັບປະລິນຍາໂທ ສາຂາວາລະສານ ແລະ ສື່ສານມວນຊົນ ຈາກມະຫາວິທະຍາໄລ Griffith ໃນປີ 2006, ອະດີດນັກສຶກສາທຶນການສຶກສາອົດສະຕຣາລີ ທ່ານນີ້ ກຳລັງສ້າງຄວາມຮັບຮູ້ກ່ຽວກັບການລ່ວງລະເມີດທາງເພດໃນສັງຄົມ.

ທ່ານ ນາງ ວັນນະພອນ ໄດ້ເລົ່າວ່າ “ຕັ້ງແຕ່ນ້ອຍ, ຂ້າພະເຈົ້າເຫັນເດັກຍິງ ແລະ ແມ່ຍິງໃນລາວຖືກລ່ວງລະເມີດທາງເພດຢ່າງຫຼວງຫຼາຍ. ມັນຮອດເວລາແລ້ວທີ່ເຮົາຈະຕ້ອງປ່ຽນແປງເຫດການນີ້. ການລ່ວງລະເມີດທາງເພດແມ່ນບັນຫາທີ່ຮ້າຍແຮງ, ພວກເຮົາຕ້ອງຢຸດການຕໍານິຜູ້ຖືກເຄາະຮ້າຍ ແລະ ເລີ່ມຕົ້ນສ້າງວັດທະນະທໍາຂອງການເຄົາລົບເຊິ່ງກັນແລະກັນ. ຂ້າພະເຈົ້າຢາກໃຫ້ທຸກຄົນມາຮ່ວມກັນສ້າງໃຫ້ປະເທດລາວ ເປັນບ່ອນທີ່ທຸກຄົນຮູ້ສຶກປອດໄພ ແລະ ມີຄຸນຄ່າ.”

ດ້ວຍທຶນຊ່ວຍເຫຼືອຂະໜາດນ້ອຍ ສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ, ທ່ານ ນາງ ວັນນະພອນ ເປັນຜູ້ນໍາໂຄງການເພື່ອ ຕ້ານການລ່ວງລະເມີດທາງເພດຢູ່ໃນໂຮງຮຽນໃນທົ່ວນະຄອນຫຼວງວຽງຈັນ. ໂຄງການຂອງເພີ່ນສຸມໃສ່ການຝຶກອົບຮົມໃຫ້ແກ່ຜູ້ທີ່ມີສ່ວນຮ່ວມສໍາຄັນເຊັ່ນ: ຄູອາຈານ ແລະ ຜູ້ນໍາຊຸມຊົນ ເພື່ອສົ່ງເສີມສະພາບແວດລ້ອມຂອງການຮຽນຮູ້ທີ່ປອດໄພ. ໂຄງການດັ່ງກ່າວຈະກວມເອົາຢ່າງໜ້ອຍ 10-12 ໂຮງຮຽນ ແລະ ຈະສ້າງຄວາມເຂັ້ມແຂງໃຫ້ຄູອາຈານ ແລະ ນັກຮຽນ ໃນດ້ານ ຄວາມເຂົ້າໃຈ, ການລາຍງານ ແລະ ແກ້ໄຂບັນຫາການລ່ວງລະເມີດທາງເພດ. ຜ່ານໂຄງການນີ້, ທ່ານ ນາງ ວັນນະພອນ ຫວັງວ່າຈະໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມຂອງໂຮງຮຽນໃນລາວ ໃຫ້ມີຄວາມປອດໄພ ແລະ ເປັນບ່ອນທີ່ທຸກຄົນມີສ່ວນຮ່ວມໄດ້.
_________________________

Vannaphone Sitthirath is the Co-founder of LNWC: Lao New Wave Cinema and a Freelance Consultant. After completing a Masters degree in Journalism from Griffith University in 2006, this #AustraliaAwards alumni is raising awareness on sexual harassment.

Vannaphone says “Growing up, I witnessed too many young girls and women sexually harassed in Laos. It’s time to change the narrative. Sexual harassment is a serious issue, and we need to stop blaming victims and start creating a culture of respect. Let’s work together to build a Laos where everyone feels safe and valued.”

Through the Alumni Innovation Grant, Vannaphone is leading a project aimed at tackling sexual harassment in schools across Vientiane, Laos. Her project focuses on training key stakeholders such as teachers and community leaders to foster a safer, more supportive learning environment. The project will span at least 10-12 schools and will empower both teachers and students to recognise, report, and address sexual harassment. By doing so, Vannaphone hopes to significantly contribute to building a safer, more inclusive school environment in Laos.