Let’s meet the #AlumniInnovationGrants participants for 2025!
ທ່ານ ແພງ ຊາໂພຄຳ ຈົບຊັ້ນສູງ ສາຂາວິຊາ ກະສິກຳແບບຍືນຍົງ ໃນປີ 2021 ດ້ວຍທຶນການສຶກສາອົດສະຕຣາລີ. ທຶນດັ່ງກ່າວໄດ້ຊ່ວຍໃຫ້ ທ່ານ ແພງ ໄດ້ສືບຕໍ່ປະກອບອາຊີບເປັນພະນັກງານສົ່ງເສີມກະສິກຳ ຢູ່ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ.
ໂຄງການຂອງ ທ່ານແພງ ແມ່ນ ‘ໂຄງການລ້ຽງເຜິ້ງປ່າເພື່ອຊາວໜຸ່ມກະສິກອນລາວ’ ມີເປົ້າໝາຍເພື່ອ ຊ່ວຍຊາວກະສິກອນຊົນເຜົ່າ 15 ຄົນ ໃນບ້ານນາລ່ວງ ເຊິ່ງຊາວກະສິກອນເຫຼົ່ານີ້ກຳລັງປະເຊີນກັບສິ່ງທ້າທາຍເຊັ່ນ: ໂອກາດການຈ້າງງານທີ່ຈໍາກັດ, ການສຶກສາ ແລະ ການຝຶກອົບຮົມທີ່ບໍ່ພຽງພໍ, ແລະ ການທໍາລາຍສິ່ງແວດລ້ອມທີ່ເກີດຂຶ້ນ ຈາກການນໍາໃຊ້ຢາຂ້າແມງໄມ້ ແລະ ຢາຂ້າຫຍ້າ. ໂຄງການດັ່ງກ່າວຈະຈັດຝຶກອົບຮົມການລ້ຽງເຜິ້ງປ່າແບບຍືນຍົງ ແລະ ການຮັກສາລະບົບນິເວດ ເພື່ອຊ່ວຍເຫຼືອຊາວກະສິກອນຊາວນາໃນບ້ານນາລ່ວງ ແລະ ບ້ານໃກ້ຄຽງໃນການປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມຄວາມຍືນຍົງດ້ານສິ່ງແວດລ້ອມໃນຊຸມຊົນ.
ທ່ານ ແພງ ກ່າວວ່າ “ເຜິ້ງເປັນພັນທະມິດທີ່ຂາດບໍ່ໄດ້ໃນການຊ່ວຍເຫຼືອຊາວກະສິກອນ ໃນການປະເຊີນໜ້າຕໍ່ສິ່ງທ້າທາຍທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ ໂດຍການສະໜັບສະໜູນຊີວະນາໆພັນ, ເສີມຂະຫຍາຍການຜະລິດສະບຽງອາຫານ, ແລະ ຊຸກຍູ້ຄວາມທົນທານຂອງລະບົບນິເວດ. ການປະກອບສ່ວນເຂົ້າໃນການປະຕິບັດກະສິກຳແບບຍືນຍົງ ແລະ ສ້າງໂອກາດວຽກເຮັດງານທຳສີຂຽວໃຫ້ແກ່ຊາວໜຸ່ມຊາວກະສິກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ເຊື່ອມໂຍງເຂົ້າກັບບ້ານເກີດເມືອງນອນ ແມ່ນບັນດາແຮງບັນດານໃຈຕົ້ນຕໍຂອງໂຄງການຂອງຂ້າພະເຈົ້າ.”
_________________________
Phaeng Xaphokham completed a diploma in Permaculture in 2021 with an #AustraliaAwards scholarship. This has helped him further his career as an Agriculture Extension Officer at the Luang Prabang Provincial Agriculture and Forestry Office.
His project, ‘Honeybee Employment and Conservation Project’, aims to support 15 ethnically farmers in Nalouang Village. These farmers face challenges such as limited employment opportunities, inadequate education and training, and environmental degradation caused by the use of chemical pesticides and herbicides. The project will provide training in sustainable beekeeping and ecological preservation, helping youth farmers in Nalouang and nearby villages to improve livelihoods and promote environmental sustainability in the community.
Phaeng says “Bees are indispensable allies in helping farmers navigate the challenges posed by climate change by supporting biodiversity, enhancing food production, and boosting ecosystem resilience. Contributing sustainable agricultural practices and more green job opportunities creation for young remote farmers and connect them to their homeland are main inspirations of the project.”