Let’s meet the #AlumniInnovationGrants participants for 2025!
ອຈ. ປທ. ນາງ ສົມໃຈ ເມກສະຫວັນ ເປັນອະດີດຜູ້ເຂົ້າຮ່ວມຝຶກອົບຮົມ ຫຼັກສູດໄລຍະສັ້ນຂອງທຶນອົດສະຕຣາລີ ໃນຫົວຂໍ້ ‘ຄວາມເປັນຜູ້ນໍາແບບມີສ່ວນຮ່ວມ’ ໃນປີ 2022. ປະຈຸບັນ ອຈ. ປທ. ນາງ ສົມໃຈ ເຮັດວຽກເປັນຫົວໜ້າພະແນກຄຸ້ມຄອງຊ່ຽວຊານ, ອາສາສະໝັກ ແລະ ນັກສຶກສາຕ່າງປະເທດ ຢູ່ຫ້ອງການພົວພັນຕ່າງປະເທດ,ມະຫາວິທະຍາໄລ ສຸພານຸວົງ.
ໂຄງການ ‘ການເສີມສ້າງຄວາມຮູ້ໃຫ້ແກ່ຄູ ກ່ຽວກັບຍຸດທະສາດທີ່ມີປະສິດທິຜົນສໍາລັບການຊ່ວຍເຫຼືອນັກຮຽນ ໂອທິສຕິກ ໃນການສຶກສາຂັ້ນປະຖົມ’ ມີເປົ້າໝາຍເພື່ອແກ້ໄຂສິ່ງທ້າທາຍຫຼັກໆທີ່ຄູສອນຊັ້ນປະຖົມ ກຳລັງປະເຊີນໃນການສອນນັກຮຽນໂອທິສຕິກ ໃນຫຼວງພະບາງ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ຄູອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມກັບຊຸກຍູ້ສົ່ງເສີມສະພາບແວດລ້ອມໃນການສຶກສາໃຫ້ທຸກຄົນມີສ່ວນຮ່ວມ ແລະ ດີຂື້ນກວ່າເກົ່າ.
ໂຄງການດັ່ງກ່າວຈະເປັນປະໂຫຍດໂດຍກົງຕໍ່ກັບຄູອາຈານຈຳນວນ 55 ຄົນ ແລະ ຜູ້ປົກຄອງປະມານ 15 ຄົນ ໂດຍການເຂົ້າຮ່ວມການຝຶກອົບຮົມເພື່ອໃຫ້ຄວາມຮູ້ກ່ຽວກັບເດັກໂອທິສຕິກ, ການປັບປຸງການຄຸ້ມຄອງຫ້ອງຮຽນ ແລະ ການເຮັດວຽກຮ່ວມກັນລະຫວ່າງພໍ່ແມ່ ແລະ ຄູອາຈານ. ນອກຈາກນັ້ນ, ນັກຮຽນໂອທິສຕິກຈະໄດ້ຮັບຜົນປະໂຫຍດຈາກຍຸດທະສາດທີ່ຖືກປັບແຕ່ງໃຫ້ເຫມາະສົມ, ຜູ້ບໍລິຫານໂຮງຮຽນຈະສົ່ງເສີມການຮຽນຮ່ວມ, ແລະ ຜູ້ຊ່ຽວຊານດ້ານການສຶກສາພິເສດຈະຮ່ວມມືກັບຄູອາຈານເພື່ອເສີມຂະຫຍາຍການສະໜັບສະໜູນທີ່ເໝາະສົມໃຫ້ກັບທຸກພາກສ່ວນ. ອຈ. ປທ. ນາງ ສົມໃຈ ໄດ້ກ່າວວ່າ “ເດັກນ້ອຍທຸກຄົນມີຄວາມສາມາດພິເສດ; ດ້ວຍການສະໜັບສະໜູນທີ່ຖືກຕ້ອງ, ຄູອາຈານສາມາດປົດລັອກທ່າແຮງຂອງເຂົາເຈົ້າ ແລະ ສ້າງຫ້ອງຮຽນທີ່ຜູ້ຮຽນທຸກຄົນສາມາດຈະເລີນເຕີບໂຕໄດ້”.
_________________________
Somchay Makesavanh is an Australia Awards Short Course alumni who attended the Inclusive Leadership program in 2022. Currently she works as the Division Head of International Expert, Volunteer, and Student Management at the International Relations Office, Souphanouvong University.
Her innovative project ‘Empowering Teachers: Effective Strategies for Supporting Autistic Students in Primary Education’ seeks to address key challenges faced by primary school teachers in supporting autistic learners in Luang Prabang. The project aims to empower teachers and key stakeholders to foster a more inclusive and supportive educational environment.
The project will directly benefit 55 teachers and 15 parents by providing autism awareness training and resources, improving classroom management and parent-teacher collaboration. Indirectly, autistic students will benefit from tailored strategies, school administrators will foster inclusivity, and special education professionals will collaborate with teachers to enhance support. Somchay says “Every child has unique abilities; with the right support, teachers can unlock their potential and create a classroom where all learners thrive”.