Let’s meet the #AlumniInnovationGrants participants for 2025!
ທ່ານ ວັນຊະນະ ອິນສານ ຈົບການສຶກສາໃນປີ 2024 ດ້ວຍປະລິນຍາໂທແບບປະສົມປະສານ: ປະລິນຍາໂທ ສາຂາການຕະຫຼາດ ແລະ ປະລິນຍາໂທ ສາຂາສື່ມວນຊົນ ແລະ ການສື່ສານ ຈາກມະຫາວິທະຍາໄລ Macquarie. ປັດຈຸບັນທ່ານ ວັນຊະນະ ເປັນທີ່ປຶກສາອິດສະຫຼະ ດ້ານການສື່ສານ ແລະ ສື່ດິຈິຕອນ.

ໂຄງການຂອງທ່ານ ວັນຊະນະ ‘Youth Penny (ຢຸດທ໌ເພັນນີ້)’ ມີຈຸດປະສົງເພື່ອສ້າງແຫຼ່ງຮຽນຮູ້ເລື່ອງການເງິນ ທີ່ອອກແບບມາເພື່ອສະໜອງເນື້ອຫາທີ່ມ່ວນ, ເຂົ້າໃຈງ່າຍ, ແລະ ເຂົ້າເຖິງໄດ້ສໍາລັບໄວໜຸ່ມທຸກຄົນ. ໂຄງການດັ່ງກ່າວຈະເປັນປະໂຫຍດໂດຍກົງຕໍ່ຊາວໜຸ່ມປະມານ 250 ຄົນໂດຍຜ່ານສາມກິດຈະກໍາທີ່ສໍາຄັນເຊັ່ນ: ການຮຽນຮູ້ແບບອອນໄລນ໌, ການມີສ່ວນຮ່ວມໃນສື່ຊົນສັງຄົມອອນໄລນ໌, ແລະ ງານວາງສະແດງດ້ານການສຶກສາທາງດ້ານການເງິນ (FinEd Fair). ໂຄງການນີ້ແມ່ນແນໃສ່ເພື່ອແກ້ໄຂ ການຂາດຄວາມຮູ້ທາງດ້ານການເງິນ, ວັດທະນະທໍາການສົນທະນາທາງດ້ານການເງິນສ່ວນບຸກຄົນ, ແລະ ການຂາດການສະໜັບສະໜຸນທີ່ສາມາດເຂົ້າເຖິງໄດ້ ສໍາລັບສິ່ງທ້າທາຍທາງດ້ານການເງິນ.

ທ່ານ ວັນຊະນະ ກ່າວວ່າ “ທີ່ຢຸດທ໌ເພັນນີ້ ພວກເຮົາເຊື່ອວ່າທຸກຄົນສົມຄວນໄດ້ຮັບໂອກາດໃນການໃຊ້ຊີວິດໃນແບບທີ່ໃຝ່ຝັນ, ບໍ່ວ່າຈະແມ່ນນັ່ງດື່ມກາເຟຊິລໆຢູ່ເມືອງຫຼວງ ຫຼື ສ້າງອານາຈັກທຸລະກີດພັນລ້ານ. ພວກເຮົາມາເພື່ອເຮັດໃຫ້ການຮຽນຮູ້ເລື່ອງການເງິນເປັນເລື່ອງທີ່ມ່ວນ, ເຂົ້າໃຈງ່າຍ ແລະ ບໍ່ຢາກເຫງົານອນຍ້ອນ, ເຮົາມາເພື່ອປ່ຽນຄວາມເຊື່ອເກົ່າໆ ແລະ ສ້າງແວດລ້ອມທີ່ອຳນວຍໃຫ້ທຸກຄົນລົມເລື່ອງການເງິນໄດ້ຄືເລື່ອງບ້ານໆ. ເຖິງແມ່ນວ່າເຮົາຈະເສກຄາຖາແກ້ບັນຫາການເງິນໃຫ້ທຸກຄົນບໍ່ໄດ້, ແຕ່ສິ່ງທີ່ທີມຈະມອບໃຫ້ແມ່ນເປັນຈຸດເລີ່ມຕົ້ນໃນການຮຽນຮູ້ ໃຫ້ໄວໜຸ່ມລາວສາມາດກຳນົດຊະຕາອະນາຄົດການເງິນຂອງຕົນເອງ, ດ້ວຍຄວາມຮູ້ ແລະ ເຄື່ອງມືທີ່ເໝາະສົມ, ທຸກຄົນຈະສາມາດໄປເຖິງຝັ່ງຝັນໄດ້ ເທື່ອລະກ້າວ .”
_________________________

Vansana Insal is an Australia Awards graduate with a Master of Marketing & Master of Media and Communications from Macquarie University. He now works as a Freelance Digital communications and multimedia consultant.

His project ‘Youth Penny’ aims to create a financial education hub designed to provide engaging, accessible and simplified content for young people. It will benefit approximately 250 youths through three key activities: e-learning, social media engagement, and a Financial Education Fair. These initiatives target the lack of formal financial literacy education, the cultural stigma surrounding personal finance discussions, and the absence of accessible support for financial challenges.

Vansana emphasises, “At Youth Penny, we believe everyone deserves a shot at living their dream life—whether that’s sipping coffee in Luang Prabang or building a business empire. We’re here to make financial education fun, relatable, and a little less ‘meh,’ breaking taboos and sparking real conversations about money. While we cannot wave a magic wand to solve everyone’s financial problems, we aim to provide a solid starting point for Lao youth to take charge of their financial futures. With the right tools and knowledge, they can skip the stress and start building the life they’ve always imagined—one step (and penny) at a time!”