Let’s meet the #AlumniInnovationGrants participants for 2025!
ທ່ານນາງ ອານິດຕາ ຢ່າທໍ່ຕູ້, ເປັນທີ່ປຶກສາອິດສະຫຼະ ດ້ານສຸຂະພາບຈິດ ແລະ ໄດ້ຮຽນຈົບປະລິນຍາໂທ ສາຂາທີ່ປຶກສາດ້ານສຸຂະພາບຈິດ ຈາກມະຫາວິທະຍາໄລ Victoria ດ້ວຍທຶນການສຶກສາ #AustraliaAwards, ກໍາລັງແກ້ໄຂບັນຫາກ່ຽວກັບການຂາດຄວາມຮູ້ ແລະ ທັກສະດ້ານສຸຂະພາບຈິດຂອງຄູອາຈານ ແລະ ການຂາດສະຖານທີ່ເພື່ອໃຊ້ໃນການສະໜັບສະໜູນດ້ານສຸຂະພາບຈິດທີ່ເໝາະສົມສໍາລັບນັກຮຽນ.
ໂຄງການນີ້ຈະຊ່ວຍໃຫ້ຄູອາຈານຈຳນວນ 24 ທ່ານ ແລະ ນັກຮຽນຈຳນວນ 500 ຄົນໃນໂຮງຮຽນມັດທະຍົມຕອນຕົ້ນໜອງໜ່ຽງໄດ້ຮັບຜົນປະໂຫຍດ ຈາກການສະໜອງເຄື່ອງມື ແລະ ຄວາມໝັ້ນໃຈໃນການແກ້ໄຂບັນຫາສຸຂະພາບຈິດຂອງນັກຮຽນ, ພ້ອມກັບການສ້າງສະພາບແວດລ້ອມທີ່ປອດໄພທີ່ສະໜັບສະໜູນໃຫ້ນັກຮຽນສາມາດຈັດການອາລົມ ແລະ ໄດ້ຮັບການແນະນຳເພື່ອປ້ອງກັນ ຫຼື ຫຼຸດການລົບກວນໃນການຮຽນຂອງເຂົາເຈົ້າ, ສົ່ງເສີມ ຄວາມເປັນຢູ່ທີ່ດີໃນໂຮງຮຽນ. ໂຄງການດັ່ງກ່າວມີເປົ້າໝາຍເພື່ອສົ່ງເສີມສະພາບແວດລ້ອມໃນການສຶກສາໃຫ້ທຸກຄົນມີສ່ວນຮ່ວມ ແລະ ດີຂື້ນກວ່າເກົ່າ.
ໂດຍໄດ້ຮັບແຮງບັນດານໃຈຈາກປະສົບການສ່ວນຕົວ ທີ່ເຄີຍຖືກສີດສີເຢາະເຢ້ຍ ແລະ ເຄີຍພົບພໍ້ກັບສິ່ງທ້າທາຍດ້ານສຸຂະພາບຈິດ, ທ່ານນາງ ອານິດຕາ ຈຶ່ງມຸ່ງໝັ້ນທີ່ຈະປັບປຸງການສະຫນັບສະຫນູນທາງດ້ານຈິດໃຈໃນໂຮງຮຽນ. ທ່ານນາງ ອານິດຕາ ໄດ້ເນັ້ນ ໜັກວ່າ “ສຸຂະພາບທາງດ້ານຈິດໃຈ ເປັນຫົວຂໍ້ທີ່ຫລາຍເທື່ອມັກຈະຖືກເບິ່ງຂ້າມເຖິງຄວາມສໍາຄັນ. ເຄີຍມີຄໍາເວົ້າທີ່ວ່າ ພຽງແຕ່ເຮົາບໍ່ສາມາດເບິ່ງເຫັນບາງສິ່ງບາງຢ່າງໄດ້ ບໍ່ໄດ້ຫມາຍຄວາມວ່າມັນບໍ່ມີຢູ່ຈິງ, ແລະ ຂ້າພະເຈົ້າຄິດວ່າຄໍາເວົ້ານີ້ສະແດງເຖິງມຸມມອງທີ່ສຸຂະພາບທາງດ້ານຈິດໃຈຖືກເບິ່ງໃນສັງຄົມເຮົາ. ໃນການເຮັດສິ່ງໃດຫນຶ່ງ, ການກໍ່ໃຫ້ເກີດຜົນກະທົບທີ່ແທ້ຈິງຈະເກີດຂຶ້ນໄດ້ກໍຕໍ່ເມື່ອພວກເຮົາເລີ່ມຈາກການໃສ່ໃຈສຸຂະພາບຂອງຕົນເອງ, ເປັນຕົ້ນແມ່ນສຸຂະພາບທາງກາຍ ແລະ ຈິດໃຈ. ສະນັ້ນ, ທຸກຄົນມາເລີ່ມຈາກການໃຫ້ຄວາມສໍາຄັນຂອງສຸຂະພາບທາງດ້ານຈິດໃຈກັນເທາະ.”
_________________________
Anitta Yathortou, is an Australia Awards alumni with a Master of Counselling from Victoria University, Melbourne Australia. She is concerned about the lack of mental health knowledge and skills among teachers and the absence of a proper support space for students.
Her project will benefit 24 teachers and 500 students at Nong Nieng High School by equipping teachers with the tools and confidence to address student mental health issues, creating a safe, supportive environment where students can manage emotions and receive guidance, preventing further disruptions in their learning promoting overall school well-being. The project seeks to foster a healthier and more inclusive educational setting.
Inspired by her personal experiences with bullying and mental health challenges, Anitta is committed to improving emotional well-being in schools. She emphasises, “Mental well-being is often being overlooked. There is a saying that just because you can’t see it doesn’t mean it does not exist, and I think it represents the view of mental well-being in our community. True impact will only emerge once we start taking care of our well-being, including but not limited to physical and mental well-being. So, let the true impact start with you prioritising your mental well-being.”