Let’s meet the #AlumniInnovationGrants participants for 2025!
ທ່ານ ບົວລອຍ ທອງຄຳ, ອະດີດນັກສຶກສາ ທຶນການສຶກສາລາວ-ອົດສະຕຣາລີ ສຳລັບຮຽນພາຍໃນປະເທດ (LANS) ທີ່ມີຄວາມບົກຜ່ອງທາງການເບິ່ງເຫັນ, ຈົບປະລິນຍາຕີ ສາຂາຈິດຕະວິທະຍາ ຈາກມະຫາວິທະຍາໄລແຫ່ງຊາດລາວ ໃນປີ 2020. ປັດຈຸບັນ ທ່ານ ບົວລອຍ ເຮັດວຽກເປັນນັກພັດທະນາຄົນພິການແບບມີສ່ວນຮ່ວມ ຢູ່ທີ່ ສະມາຄົມພັດທະນາ ແລະ ສົ່ງເສີມອາຊີບຄົນພິການຕາ.

ໃນຕົ້ນປີ 2024, ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ທ່ານ ບົວລອຍ ແລະ ທີມງານ ໄດ້ພັດທະນາຊອບແວອ່ານໜ້າຈໍ Non-Visual Desktop Access (NVDA), ໃຫ້ສາມາດອ່ານພາສາລາວໄດ້ ໂດຍການເພີ່ມຄຳສັບພາສາລາວຫຼາຍກວ່າ 10,000 ຄໍາ ເຂົ້າໃນຊອບແວ. ຊອບແວອ່ານໜ້າຈໍດັ່ງກ່າວຊ່ວຍໃຫ້ຄົນພິການຕາໃນລາວເຂົ້າເຖິງ ຄອມພິວເຕີ້ໄດ້ງ່າຍ, ເຮັດໃຫ້ພວກເຂົາ ເຂົ້າເຖິງຂໍ້ມູນໄດ້ດ້ວຍຕົນເອງ, ປະຕິບັດກິດຈະກໍາຕ່າງໆ, ແລະ ປັບປຸງຄຸນນະພາບຊີວິດໂດຍລວມຂອງເຂົາເຈົ້າໃຫ້ດີຂຶ້ນ.

ດ້ວຍທຶນຊ່ວຍເຫຼືອຂະໜາດນ້ອຍ ສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ, ທ່ານ ບົວລອຍ ມີເປົ້າໝາຍຈັດຝຶກອົບຮົມໃຫ້ແກ່ຄົນພິການຕາຈຳນວນ 40 ຄົນ ເພື່ອແນະນຳການນຳໃຊ້ ຊອບແວອ່ານໜ້າຈໍ NVDA Add-on. ການຝຶກອົບຮົມຈະເນັ້ນໜັກໃສ່ການໃຊ້ງານຕົວຈິງຂອງເຄື່ອງມື ໃນຊີວິດປະຈໍາວັນ, ໃນການເຮັດວຽກ ແລະ ການໃຊ້ໃນຮູບແບບອື່ນໆທີ່ຊອບແວສາມາດເຮັດໄດ້. ນອກຈາກນັ້ນ, ທ່ານ ບົວລອຍ ຍັງວາງແຜນທີ່ຈະຈັດກິດຈະກໍາເພື່ອສະແດງໃຫ້ເຫັນເຖິງຄວາມສາມາດຂອງຄົນພິການຕາ ພ້ອມທັງເຊີນຜູ້ຕາງໜ້າຈາກບໍລິສັດຕ່າງໆເພື່ອມາອະທິບາຍກ່ຽວກັບທ່າແຮງໃນການຈ້າງງານຄົນພິການຕາ. ໂຄງການນີ້ຈະສ້າງຄວາມເຂັ້ມແຂງໃຫ້ຄົນພິການຕາດ້ວຍທັກສະດິຈິຕອນທີ່ຈໍາເປັນ, ປັບປຸງການຈ້າງງານໃຫ້ດີຂຶ້ນ, ແລະ ການຍົກລະດັບຄວາມຮັບຮູ້ກ່ຽວກັບການມີສ່ວນຮ່ວມເຂົ້າໃນສັງຄົມ ແລະ ໃນບ່ອນເຮັດວຽກ.
_________________________

Boualoy Thongkham, a visually impaired Laos Australia National Scholarship alumni, graduated with a Bachelor of Psychology from the National University of Laos (NUOL)… in 2020. He currently works as a trainer at the Vocational Development Blind Association.

In early 2024, with support from the Australian Government, Boualoy and his team developed a breakthrough Non-Visual Desktop Access (NVDA) Add-on, which incorporates up to 10,000 Lao words into the software. This tool significantly improves computer accessibility for visually impaired individuals in Laos, allowing them to independently access information, perform various activities, and improve their overall quality of life.

Now, with the Alumni Innovation Grant, Boualoy aims to train 40 visually impaired individuals in using the NVDA Add-on. The training will focus on practical applications of the tool in daily life and work, emphasising its versatility. Additionally, he plans to host an event to demonstrate the capabilities of visually impaired individuals and engage employer representatives to promote their employment potential. This project will empower visually impaired people with essential digital skills, improve employability, and raise awareness about inclusivity in society and the workplace.