
ທ່ານ ວັນນະພອນ ເພັດປະເສີດ, ຜູ້ຊ່ຽວຊານດ້ານນ້ຳ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຮຽນຈົບຈາກ ມະຫາວິທະຍາໄລ South Australia ໃນລະດັບປະລິນຍາໂທ ສາຂາ ວິສະວະກຳ ຊັບພະຍາກອນນໍ້າ ໃນປີ 2020 ດ້ວຍທຶນການສຶກສາອົດສະຕຣາລີ. ທ່ານ ວັນນະພອນ ມີເປົ້າໝາຍເພື່ອຊ່ວຍໃຫ້ໄວໜຸ່ມທີ່ຮຽນຈົບໃໝ່, ໂດຍສະເພາະນັກສຶກສາຂອງຄະນະຊັບພະຍາກອນນ້ໍາ ໄດ້ມີໂອກາດເຂົ້າເຖິງການຈ້າງງານທີ່ເໝາະສົມຫຼາຍຂື້ນ.
ໂຄງການຂອງເພີ່ນ, ‘ອານະຄົດຂອງນັກວິຊາການໄວໜຸ່ມດ້ານນ້ຳ’, ມີຈຸດປະສົງເພື່ອແກ້ໄຂສິ່ງທ້າທາຍທີ່ນັກສຶກສາຈົບໃໝ່ຈາກມະຫາວິທະຍາໄລໃນ ສປປ ລາວ ກຳລັງປະເຊີນໃນຕະຫຼາດແຮງງານ. ທ່ານ ວັນນະພອນ ອະທິບາຍວ່າ, “ນັກຮຽນມັດທະຍົມປາຍຫຼາຍຄົນ ຮູ້ສຶກບໍ່ໝັ້ນໃຈກ່ຽວກັບການສຶກສາຕໍ່ ໃນລະດັບປະລິນຍາ ເນື່ອງຈາກຄວາມກັງວົນໃນການໄດ້ວຽກເຮັດທີ່ດີພາຍຫຼັງສຳເລັດການສຶກສາ. ໂດຍການແກ້ໄຂຊ່ອງວ່າງດ້ານທັກສະ, ເພີ່ມໂອກາດໃນການຝຶກງານ, ແລະ ການເຂົ້າເຖິງເຄືອຂ່າຍວິຊາຊີບ ເຮົາສາມາດຊ່ວຍໃຫ້ ນັກສຶກສາຈົບໃໝ່ ເຂົ້າສູ່ຕະຫຼາດແຮງງານໄດ້ຢ່າງໝັ້ນໃຈ”
ໂຄງການດັ່ງກ່າວຈະເປັນປະໂຫຍດຕໍ່ນັກສຶກສາປະມານ 20-30 ຄົນ ທີ່ຈະໄດ້ເຂົ້າຮ່ວມການຝຶກອົບຮົມທາງດ້ານເຕັກນິກວິຊາສະເພາະ ແລະ ທັກສະດ້ານສັງຄົມທີ່ຈຳເປັນ, ພ້ອມກັບການສະໜອງໂອກາດໃນການສ້າງເຄືອຂ່າຍກັບອົງການຈັດຕັ້ງສາກົນ, ອົງການແຫ່ງຊາດ ແລະ ບໍລິສັດເອກະຊົນທີ່ກ່ຽວຂ້ອງ.
ທ່ານ ວັນນະພອນ ກ່າວວ່າ “ພວກເຮົາຕ້ອງມີຄວາມພ້ອມຕະຫຼອດເວລາ. ເມື່ອໂອກາດມາຮອດ, ພວກເຂົາກໍ່ຈະສາມາດຄວ້າມັນໄດ້ ແລະ ໄປໃຫ້ໄກເທົ່າທີ່ພວກພວກເຂົາສາມາດເຮັດໄດ້.”
_________________________
Vannaphone Phetpaseuth, a Water Specialist at the Ministry of Natural Resources and Environment, earned a Masters in Engineering in Water Resources Management from the University of South Australia in 2020 with an #AustraliaAwards scholarship. He aims to help young graduates, particularly those from the Faculty of Water Resources, secure meaningful employment.
His project, ‘The Future of Young Water Professionals’, aims to address challenges Lao university graduates face in the job market. He explains, “Many high school students are discouraged from pursuing higher education due to the belief that degrees don’t lead to better job prospects. This issue is caused by gaps in technical and soft skills, as well as limited access to internships and professional networks.”
The project will benefit 20-30 students by offering training in technical and soft skills and providing networking opportunities with international organisations, national agencies, and private industries. Vannaphone stated that “Always be ready. So, when the opportunity comes, they can catch it immediately and go as far as we can.”
