ລັດຖະບານອົດສະຕຣາລີ ໃຫ້ການຊ່ວຍເຫຼືອໄລຍະຍາວ ດ້ານການຝຶກອົບຮົມພາສາອັງກິດ ໃຫ້ແກ່ລັດຖະກອນ ຂອງ ສປປ ລາວ ເພື່ອຊ່ວຍໃຫ້ ພວກເຂົາ ສາມາດເຂົ້າຮ່ວມໃນວຽກງານການຄ້າລະຫວ່າງປະເທດ, ຍົກລະດັບດ້ານວິຊາສະເພາະ, ເຈລະຈາລະດັບພາກພື້ນອາຊຽນ ແລະ ວຽກງານອື່ນໆອີກຫລາຍດ້ານ.
ໃນອາທິດຜ່ານມາ, ສະຖາບັນ ລາວ-ອົດສະຕຣາລີ, ໂຄງການພັດທະນາຊັບພະຍາກອນມະນຸດຂອງອົດສະຕຣາລີ, ໄດ້ສຳເລັດ ຊຸດຝຶກອົບຮົມ ໂມດູນທີ 1 ຂອງ ພາສາອັງກິດ ສຳລັບລັດຖະກອນລາວ, ເຊິ່ງເປັນຫຼັກສູດທີ່ອອກແບບສະເພາະໃຫ້ກັບ ຄູສອນພາສາອັງກິດ ແລະ ວິຊາການຂອງພາກລັດ. ການຝຶກອົບຮົມຄັ້ງນີ້ ໄດ້ທົດລອງນຳໃຊ້ບົດຮຽນໃໝ່ ພ້ອມທັງນຳເອົາຄຳຄິດຄຳເຫັນ ຈາກຜູ້ເຂົ້າຮ່ວມມາປັບປຸງເນື້ອໃນ ຂອງ ໂມດູນທີ 1.
ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບບັນດາຄູອາຈານ ສອນພາສາອັງກິດ ແລະ ນັກວິຊາການຂອງພາກລັດ ໃນການພັດທະນາ ອີກ 2 ໂມດູນໃນຕໍ່ໜ້ານີ້. ພວກເຮົາຫວັງວ່າຈະສໍາເລັດການປັບປຸງ ແລະ ສະໜອງໃຫ້ແກ່ ໜ່ວຍງານຕ່າງໆ ຂອງລັດຖະບານລາວ ພາຍໃນຕົ້ນປີ 2024.
***
Australia is a long-term supporter of English language training for the Lao Government – training that will enable officials to participate in international trade, professional development, ASEAN regional dialogue and much more.
Last week, the Lao Australia Institute, Australia’s human resource development program, delivered training on Module 1 of the new English for Lao Government Officials curriculum to Lao Government English teachers and academics. This training also served to pilot the new training materials and the valuable feedback we received is being incorporated into Module 1.
We will continue to work with Lao Government English teachers, academics and officials in the development of the next two modules and aim to provide the curriculum in full to various Lao Government agencies in early 2024.

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS