ຂໍຂອບໃຈທຸກທ່ານ! ທີ່ເຂົ້າຮ່ວມເວທີສົນທະນາ #Oztalks ໃນຫົວຂໍ້: ‘ໄວໜຸ່ມກັບການຈ້າງງານ’ ທີ່ໄດ້ຈັດຂຶ້ນໃນວັນທີ 14ມິຖຸນາ 2023 ທີ່ຜ່ານມາ. ພວກເຮົາດີໃຈຫຼາຍ ທີ່ງານນີ້ໄດ້ຮັບການຕອບຮັບທີ່ດີ, ເຊິ່ງມີຫຼາຍກວ່າ 120 ຄົນ ເຂົ້າຮ່ວມໃນງານແລະ ເກືອບ 2000 ຄົນຮັບຊົມຖ່າຍທອດສົດຜ່ານທາງ ເຟສ໌ບຸກ. ນອກຈາກນັ້ນແລ້ວ ພວກເຮົາຍັງມີຄວາມຮູ້ສຶກພູມໃຈທີ່ໄດ້ເຫັນ ອະດີດນັກສຶກສາລາວ-ອົດສະຕຣາລີ ຈາກສະຫວັນນະເຂດ ເຂົ້າຮ່ວມໃນງານນໍາ.
OzTalks ທີ່ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້ ໄດ້ມີການເຕົ້າໂຮມແຂກຮັບເຊີນຜູ້ທີ່ມີຄວາມຊ່ຽວຊານ ແລະ ອະດີດນັກສຶກສາທຶນອົດສະຕຣາລີ ເພື່ອປຶກສາຫາລື ແລະ ແບ່ງປັນຂໍ້ມູນ ກ່ຽວກັບໂອກາດຕ່າງໆໃນສາຍອາຊີບສຳລັບໄວໜຸ່ມ, ຜົນປະໂຫຍດຂອງການສ້າງສາຍພົວພັນ ແລະ ມິດຕະພາບ, ທາງເລືອກໃນການສ້າງລາຍຮັບ ແລະ ທັກສະທີ່ມີຄວາມສຳຄັນ ເພື່ອຊ່ວຍໃຫ້ໄວໜຸ່ມສາມາດຮຽນຮູ້ ແລະ ກຽມພ້ອມຕົນເອງ ໃຫ້ເປັນທີ່ຕ້ອງການຂອງຕະຫຼາດແຮງງານ.
ທ່ານ Matthew Banks, ເລຂາເອກ ສະຖານທູດ ອົດສະຕຣາລີ ໄດ້ກ່າວເປີດພິທີ, ທ່ານ ໄດ້ຢືນຢັນຄວາມມຸ່ງໝັ້ນຂອງ ລັດຖະບານອົດສະຕຣາລີ ໃນການເປັນຄູ່ຮວ່ມພັດທະນາແບບຍືນຍົງຂອງ ສປປ ລາວ, ເຊິ່ງລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ການສະໜັບສະໜູນຊາວໜຸ່ມ ໂດຍຜ່ານການສຶກສາທີ່ດີຂຶ້ນ.
ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄູ່ຮ່ວມງານພາກລັດ ທ່ານ ປອ ສຸກສົມພອນ ອາໂນໄທ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ສໍາລັບຄໍາປາໄສ, ພອ້ມທັງບັນດາແຂກທີ່ມາຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງແຜນການ ແລະ ການລົງທຶນ, ຕະຫຼອດເຖິງແຂກຮັບເຊີນຈາກ: 108 Jobs, STELLA, Long Pizza, ສະຫວັນປາຊີຟິກາ ດີວີລົບເມັນ ຈໍາກັດ, ແລະ ໂຄງການເມືອງອັດສະລິຍະ ຂອງ ມະຫາວິທະຍາໄລສະຫວັນນະເຂດ ທີ່ໄດ້ແບ່ງປັນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບທັກສະ ແລະ ອາຊີບໃດທີ່ຕະຫລາດແຮງງານກໍາລັງຕ້ອງການ ແລະ ຊ່ອງທາງຕ່າງໆ ໃນການພັດທະນາທັກສະພື້ນຖານສຳລັບການເຮັດວຽກໃນ ສປປລາວ ແລະ ໂອກາດຕ່າງໆໃນສະຫວັນນະເຂດ.
ນອກຈາກນັ້ນແລ້ວພວກເຮົາຂໍຂອບໃຈວົງດົນຕີ Sweet Dream ຂອງ ສະຫວັນເຊັນເຕີ ສໍາລັບການສະແດງ, ແລະ ສະຖານທີ່ຈັດງານ ລາວຈະເຣີນສະເເຄວລ໌.
ພວກເຮົາຫວັງວ່າທ່ານຈະສາມາດເຂົ້າຮ່ວມ #OzTalks ຂອງພວກເຮົາໃນຄັ້ງຕໍ່ໄປ!
Thank you to everyone who was able to #MeetThinkShare at our Youth Employment #OzTalk on 14th June 2023!! It was great to see over 120 people participate in the event and almost 2000 people watching live on Facebook. It was also fantastic to see locally based #AustraliaAlumni participating in the event.
This OzTalks in Savannakhet province brought together professional guest speakers and Australian alumni to discuss and share views on career opportunities for young people, the importance of soft skills for job readiness and the benefits of developing professional networks. Participants discussed options for generating income and heard insights from our successful guest speakers designed to help young people learn and prepare themselves to meet the demands in the labour market.
Mr. Matthew Banks, First Secretary of Australian Embassy in Laos opened the event, affirming Australia’s commitment to Lao’s sustainable development, which includes Human Resource Development and support for young people, through improved education.
Big thanks to our Government partners Dr. Souksomphone Anothay, Head of Savannakhet Provincial Education and Sports Service for his meaningful remarks, representatives from the Ministry of Education and Sports and the Ministry of Planning and Investment, as well as our expert guest speakers from ,108.jobs, STELLA – ສະເຕ່ວລ້າ, LONG PIZZA ລອງພິຊຊ້າ, Savan Seno Special Economic Zone C – Savan Park and Smart City Project of Savannakhet University for sharing their insights on high demand skills and tips on how to find a good job in the Lao PDR and the exciting opportunities in Savannakhet.
Thank you also to the Sweet Dream band of Savan Centre – ສະຫວັນເຊັນເຕີ for their musical performances and to the venue Laochaleun Square ລາວເຈຣີນສະເເຄວລ໌
We hope you’ll be able to attend the next #OzTalk, so stay tuned for the next topic!

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS