🛎 If you are interested in finding out which jobs are in high demand and advancing your soft skills for employment? then join our Oztalk – Panel Discussion Conference to find out. 

ສະຖານທູດອົດສະຕຣາລີ @AustraliaInLaos,  ຮ່ວມກັບ ສະຖາບັນ ລາວ-ອົດສະຕຣາລີ @LaosAustraliaInstitute ມີຄວາມພູມໃຈຈັດເວທີສົນທະນາ ໃນຫົວຂໍ້: ‘ໄວໜຸ່ມກັບການຈ້າງງານ’ ເຊິ່ງຈະຈັດຂື້ນທີ່ ນະຄອນຫຼວງວຽງຈັນ.

ໃນງານນີ້ທ່ານຈະໄດ້ຮູ້ວ່າມີທັກສະ ແລະ ວຽກໃດແດ່ທີ່ມີຄວາມຕ້ອງການສູງ, ການພັດທະນາທັກສະພື້ນຖານສໍາລັບການເຮັດວຽກເຊັ່ນ ທັກສະການເປັນຜູ້ນຳ, ການເຮັດວຽກເປັນທີມ, ການສື່ສານ, ການແກ້ໄຂບັນຫາ, ການຄິດວິເຄາະ ແລະ ວິທີການສ້າງເຄື່ອຂ່າຍເພື່ອໃຫ້ເກີດຄວາມສໍາເລັດໃນຕະຫຼາດແຮງງານ.

ຟັງເຄັດລັບກ່ຽວກັບການຈ້າງງານ ແລະ ຖາມຄໍາຖາມກັບແຂກຮັບເຊີນ:

  1. ທ່ານ ແກ້ວວີສຸກ ດາລາສານ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ @108jobslaos
  2. ທ່ານ ມະໂນໄທ ວົງນະລາດ, ຜູ້ຈັດການດ້ານພັດທະນາອົງກອນ @LaoBreweryCompanyLTD
  3. ທ່ານ ນາງ ວາລີ ພົມມະຈັກ, ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານ @Econoxlaos
  4. ທ່ານ ຄາວີ ຫອມສົມບັດ, ຊ່ຽວຊານດ້ານການສື່ສານເພື່ອການປ່ຽນແປງພຶດຕິກຳທາງສັງຄົມ, ອົງການ ຢູນິເຊັບ ປະຈຳສປປລາວ @uniceflaos

ດຳເນີນການສົນທະນາ ໂດຍ ທ່ານ ນາງ ສຸພາພອນ ທຸມມະວົງສາ ຈາກສະຖານທູດ ອົດສະຕຣາລີ ປະຈຳລາວ

ການສົນທະນາເປັນພາສາລາວ

ພາຍໃນງານຍັງມີການວາງສະແດງຈາກ ອະດີດນັກສຶກສາລາວ-ອົດສະຕຣາລີ ແລະ ແຂກຮັບເຊີນ ເຊັ່ນ @XM Technovator, @STELLA – ສະເຕ່ວລ້າ, ແລະ @ກຳລັງໃຈ ທີ່ມາແບ່ງປັນກ່ຽວກັບກິດຈະກຳທີ່ຈັດຂື້ນສຳລັບໄວໜຸ່ມລາວ.

ເຊີນເຂົ້າຮ່ວມງານນຳພວກເຮົາໄດ້ທີ່ ຫ້ອງແກຼນບໍລູມ ໂຮງແຮມ ລາວພຼາຊາ ນະຄອນຫຼວງວຽງຈັນ

ສຳລັບຜູ້ທີ່ສົນໃຈເຂົ້າຮ່ວມງານນຳພວກເຮົາ ກະລຸນາຈອງບ່ອນນັ່ງຂອງທ່ານ ໂດຍກົດທີ່ລີ້ງນີ້: https://bit.ly/OzTalkinVientiane-2024

ວັນທີ່ ແລະ ເວລາ: ວັນພະຫັດ, 4 ເມສາ 2024 ງານເລີ່ມແຕ່ 5 ໂມງແລງເປັນຕົ້ນໄປ

ຫຼື ເຊີນເຂົ້າຮ່ວມຮັບຟັງ ການສົນທະນານຳພວກເຮົາທາງ ເຟສບຸກໄລຟ໌

🎁 ພິເສດ ສຳລັບຜູ້ທີ່ລົງທະບຽນເຂົ້າມາຮ່ວມໃນງານນີ້ ແມ່ນຈະມີໂອກາດເຂົ້າຮ່ວມງານພົບປະກັບຕົວແທນຈາກສະຖານທູດ ອົດສະຕຣາລີ ປະຈໍຳລາວ ພ້ອມດ້ວຍບັນດາແຂກຮັບເຊີນຈາກພາກລັດແລະເອກະຊົນ ແລະ ຍັງໄດ້ລຸ້ນຮັບລາງວັນໃນມື້ງານອີກດ້ວຍ!

 

#Oztalks #Employment #BuildingLaoLeaders #BuildingLaosFutureTogether #AusGlobalAlumni #AustraliaAlumni

 

@AustraliaInLaos, in collaboration with @LaosAustraliaInstitute are proud to host the next OzTalks: ‘Youth Employment’ in Vientiane, Laos.

You will find out which skills and jobs are in high demand, developing soft skills for work, such as leadership, teamwork, communication, problem solving, and critical thinking and how to network for success in the job market.

Hear employment tips from and ask questions to our guest speakers:

  1. Mr. Keovisouk Dalasane, Founder and Managing Director @108jobslaos
  2. Mr. Manothai Vongnalath, Organisational Development Manager @LaoBreweryCompanyLTD
  3. Ms. Valy Phommachack, Co-founder and Managing Director @Econoxlaos
  4. Mr. Khavi Homsombath, Social and Behaviour Change Specialist @uniceflaos

Moderated by Souphaphone Thoommavongsa from the Australia Embassy

Language: Lao

There will be display booths from #LaosAustraliaAlumni and guest speakers such as @XM Technovator, @STELLA – ສະເຕ່ວລ້າ, ແລະ @ກຳລັງໃຈ to showcase their activities for Lao youth.

Join us at Lao Plaza Grand Ball Room, Thursday 4 April from 17:00 – 21:00 OR Live on Facebook

Registration link: https://bit.ly/OzTalkinVientiane-2024

🎁 Here’s your chance to participate in a networking event with the Australian Embassy and our guest speakers as well as win special prizes during the session!

#Oztalks #Employment #BuildingLaoLeaders #BuildingLaosFutureTogether #AusGlobalAlumni #AustraliaAlumni

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS