ພາຍໃຕ້ການຊີ້ນຳຂອງ ທ່ານ ໂພລ ແຄລລີ, ເອກອັກຄະລັດຖະທູດອົດສະຕຣາລີ, ການຝຶກອົບຮົມກ່ຽວກັບການຂຽນບົດສະເໜີໂຄງການ ໄດ້ຈັດຂຶ້ນໃນວັນທີ 21-22 ມິຖຸນາ 2023 ເພື່ອສະຫນັບສະຫນູນອະດີດນັກສຶກສາລາວ-ອົດສະຕຣາລີ, ໂດຍສະເພາະຜູ້ທີ່ມີຄວາມພິການ, ຄົນທີ່ມາຈາກຕ່າງແຂວງ, ຄົນຊົນເຜົ່າ ແລະ ແມ່ຍິງຈາກກຸ່ມດ້ອຍໂອກາດ, ເພື່ອໃຫ້ໄດ້ຮັບທັກສະທີ່ຈໍາເປັນເພື່ອກະກຽມສໍາລັບການຂຽນບົດສະເໜີໂຄງການ ທີ່ມີຄຸນນະພາບ ແລະ ສ້າງຄວາມແຕກຕ່າງໃນຊຸມຊົນຂອງພວກເຂົາ.
ອະດີດນັກສຶກສາລາວ-ອົດສະຕຣາລີ 27 ຄົນ ໄດ້ເຂົ້າຮ່ວມການຝຶກອົບຮົມເພື່ອຮຽນຮູ້ວິທີການລະບຸບັນຫາ, ກໍານົດ ເປົ້າຫມາຍ ຈຸດປະສົງ, ເຂົ້າໃຈວົງຈອນການຄຸ້ມຄອງໂຄງການ, ວິທີກຳນົດແຜນວຽກ, ງົບປະມານ, ການວັດແທກໝາກຜົນສຸດທ້າຍຂອງໂຄງການ ແລະ ກໍານົດຕົວຊີ້ວັດທີ່ກ່ຽວຂ້ອງ ເພື່ອໄດ້ຮັບໝາກຜົນທີ່ຕ້ອງການ.
ທ່ານທູດ ໄດ້ສົ່ງເສີມໃຫ້ ບັນດາອະດີດນັກສຶກສາລາວ-ອົດສະຕຣາລີ ສະໝັກຂໍທຶນ ເພື່ອນໍາພາ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ.
ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມທັງຫມົດໃນບາດກ້າວທຳອິດຂອງຄວາມສໍາເລັດຂອງທ່ານ ແລະ ພວກເຮົາຫວັງເປັນຢ່າງຍິ່ງວ່າຜູ້ເຂົ້າຮ່ວມທຸກຄົນໄດ້ຮັບທັກສະ ໃນການຫັນຄວາມຄິດຂອງເຂົາເຈົ້າໃຫ້ໄປສູ່ຄວາມເປັນຈິງ!
With the guidance of HE Paul Kelly, Australian Ambassador, a Grant Proposal Writing workshop was organised between 21-22 June 2023 to support Lao Australian alumni, especially from equity groups, to gain necessary skills for preparing quality grant applications, and make a difference in their community.
27 Alumni attended the training to learn how to identify a problem, develop project objectives, understand the full cycle of project management, and the importance of budgeting and monitoring to achieve desired developmental outcomes.
The Ambassador encouraged the participants to utilise the skills they received to lead meaningful and inclusive development approaches.
Congratulations to all participants on your first step of success and the development of your skills to turn your ideas into reality!

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS