ທ່ານ ມະດຳ ຖໍ່ ຮຽນ ຈົບຫຼັກສູດພາສາອັງກິດ ທີ່ວຽງຈັນ ຄໍເລສ ພາຍໃຕ້ ໂຄງການສົ່ງເສີມການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ທີ່ລັດຖະບານອົດສະຕາລີໃຫ້ການສະໜັບສະໜູນ. ປະຈຸບັນ, ທ່ານ ມະດຳ ຖໍ່ ເປັນຫົວໜ້າຝ່າຍ ສັງຄົມສົງເຄາະ ຂອງ ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ. ໂຄງການຂອງ ທ່ານ ມະດຳ ຈະສະໜັບສະ ໜູນ ຄອບຄົວທີ່ດ້ອຍໂອກາດໃນທ້ອງຖິ່ນຂອງຕົນ ເພື່ອປັບປຸງລາຍຮັບ ແລະ ຊີວິດການເປັນຢູ່ຄົວເຮືອນ.

“ຂ້າພະເຈົ້າຊື່ ມະດຳ ຖໍ່, ເປັນຄົນພິການ, ເຮັດວຽກພັດທະນາຄົນພິການຢູ່ບ້ານ ໂພນງາມໃຕ້, ເມືອງແປກ ແຂວງຊຽງຂວາງ. ໂຄງການຂອງຂ້າພະເຈົ້າແມ່ນ ກ່ຽວກັບ ການສົ່ງເສີມການມີສ່ວນຮ່ວມຂອງສະມາຊິກໃນຄອບຄົວ ໃນການສ້າງຄວາມເຂັ້ມແຂງ ຂອງເສດຖະກິດຄົວເຮືອນ. ໂຄງການ ຝຶກອົບຮົມ ໃຫ້ຫົວໜ້າ ແລະ ສະມາຊິກຄົວເຮືອນ ຮ່ວມກັນວາງແຜນ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອສ້າງເສດຖະກິດຄົວເຮືອນໃຫ້ດີຂື້ນກວ່າເກົ່າ. ໃນຂັ້ນເລີ່ມຕົ້ນ ຂ້າພະເຈົ້າຈະຈັດຝຶກອົບຮົມ ໃຫ້ແກ່ຄອບຄົວຄົນພິການ ແລະ ຄອບຄົວທຸກຍາກ.”
____________________________________
Mardam Thor completed a General English course at Vientiane College with the Australia-funded Disability Inclusive Development English Program. He is now the Head of Social Welfare for the People with Disabilities Development Association in Xiengkhuang Province. His project will support disadvantaged families to improve incomes and livelihoods in his local area.
“My Name is Mr Mardam Thor and I am disabled person, working for People with Disabilities Development in Phongamtai village Pek District Xiengkhouang Province.
My project aims to strengthen the household economy and improve livelihoods by training household members to work together and plan for their future success. First, I will focus on people living with disability and poor families.”

Contact Us

Telephone: +856 21 265721-2
Email: [email protected]
Setthathirath Avenue, Xiengnheun Village, Chanthabouly District, Vientiane, Laos
Vientiane, 01000
Lao PDR P.O.Box 121

The Laos Australia Institute is managed by Tetra Tech International Development, on behalf of the Australian Government.

Copyright © 2021 Laos Australia Institute. All Rights Reserved. Design & Develop by MTS