Vannaphone Phetpaseuth

Jan 27, 2022 | Alumni Innovation Grants

ວັນນະພອນ ສຳເລັດການສຶກສາຈາກ ມະຫາວິທະຍາໄລ @University of South Australia  ໃນປີ 2020 ແລະ ປັດຈຸບັນ ມີໜ້າທີ່ເປັນ ນັກວິສະວະກອນ ດ້ານຊັບພະຍາກອນນ້ຳ.

“ໂຄງການຂອງຂ້າພະເຈົ້າ ແມ່ນກ່ຽວກັບ ການເຮັດກະສິກຳ ແບບທັນສະໄໝ ຢູ່ໃນຊຸມຊົນ. ຂ້າພະເຈົ້າ ກຳລັງວາງແຜນທີ່ຈະ ຊ່ວຍເຫຼືອບັນດາຊາວສວນ ທີ່ບ້ານ ນາໂພ-ໃຕ້, ເມືອງໂພນໂຮງ, ແຂວງວຽງຈັນ ເພື່ອຊ່ວຍໃນການນຳໃຊ້ເຕັກນິກທີ່ທັນສະໄໝ ປະສົມປະສານກັບ ຄວາມຮູ້ພື້ນບ້ານ ເຊັ່ນ ການໝູນໃຊ້ສິ່ງເສດເຫຼືອຊີວະພາບ, ລະບົບນ້ຳທີ່ທັນສະໄໝ, ລະບົບເຮືອນຮົ່ມ ແລະ ເຕັກນິກການປູກຝັງ ສຳລັບເຫັດ. ປະເພດຂອງສິ່ງປູກຝັງ ຫຼັກໆກໍຄື ເຫັດ ເຊິ່ງເປັນປະເພດຂອງທຸລະກິດການປູກຝັງ ທີ່ມີຄວາມເປັນໄປໄດ້ ໃນການນຳລາຍໄດ້ມາສູ່ຊາວກະສິກອນ”.

Vannaphone graduated from the @University of South Australia in 2020 and currently works as a water resource engineer.

“My project is about community based smart farming. I am planning to support the farmers at Napho tai village, Phonhong district, Viengchan Province to promote smart farming techniques integrated with the local knowledge such as the utilization of organic matter, smart water system, greenhouse and the plantation technique of potential crop such as Mushroom. The main crop to grow is mushroom which is a potential business crop to generate incomes for the farmers.”